Uni
ຢູ່ນີ້, ບ່ອນນີ້, ໜ່ວຍນີ້
ສື່ເຖິງພື້ນທີ່ໜຶ່ງທີ່ຄົນມາພົບກັນ, ແລກປ່ຽນແນວຄິດ ແລະ ເລີ່ມຕົ້ນຮຽນຮູ້ສິ່ງໃໝ່ຮ່ວມກັນ.
ກ່ຽວກັບພວກເຮົາ / ABOUT UNITECH
ຈຸດເລີ່ມຕົ້ນຂອງການຮຽນຮູ້
ແລະ ສ້າງສິ່ງໃໝ່ດ້ວຍເທັກໂນໂລຢີ
UniTech ແມ່ນພື້ນທີ່ທີ່ເຊື່ອມການຮຽນຮູ້, ການໃຫ້ຄຳປຶກສາ ແລະ ການພັດທະນາເຂົ້າດ້ວຍກັນ ເພື່ອໃຫ້ແນວຄິດກາຍເປັນສິ່ງທີ່ນຳໃຊ້ໄດ້ຈິງ.
ຮູ້ຈັກຄວາມໝາຍຂອງພວກເຮົາ
ຮຽນຮູ້ · ປຶກສາ · ພັດທະນາ
01 / ຄວາມໝາຍຂອງຊື່
ສຳລັບພວກເຮົາ, UniTech ແມ່ນຊື່ທີ່ບອກເຖິງພື້ນທີ່ ແລະ ສິ່ງທີ່ພວກເຮົາຕັ້ງໃຈເຮັດ.
ຢູ່ນີ້, ບ່ອນນີ້, ໜ່ວຍນີ້
ສື່ເຖິງພື້ນທີ່ໜຶ່ງທີ່ຄົນມາພົບກັນ, ແລກປ່ຽນແນວຄິດ ແລະ ເລີ່ມຕົ້ນຮຽນຮູ້ສິ່ງໃໝ່ຮ່ວມກັນ.
ເຕັກໂນໂລຢີ
ສື່ເຖິງຄວາມຮູ້, ເຄື່ອງມື ແລະ ການພັດທະນາທີ່ຊ່ວຍແກ້ບັນຫາ ແລະ ສ້າງໂອກາດໃໝ່ໃນຊີວິດ ແລະ ການເຮັດວຽກ.
Uni + Tech = ຢູ່ນີ້ເທັກ
ບ່ອນສູນລວມຮຽນຮູ້ເທັກ, ທີ່ປຶກສາເທັກ ແລະ ພັດທະນາເທັກ
02 / ສິ່ງທີ່ພວກເຮົາຕັ້ງໃຈເຮັດ
ສ້າງພື້ນທີ່ແບ່ງປັນຄວາມຮູ້ ແລະ ຝຶກທັກສະດ້ານເທັກໂນໂລຢີ. ເນັ້ນການເຂົ້າໃຈພື້ນຖານ ແລະ ລອງລົງມືເຮັດ ເພື່ອນຳຄວາມຮູ້ໄປຕໍ່ຍອດໄດ້.
ເບິ່ງການຝຶກອົບຮົມ →ເລີ່ມຈາກການຮັບຟັງບັນຫາ ແລະ ຄວາມຕ້ອງການ. ຮ່ວມກັນວິເຄາະແນວທາງ ແລະ ເລືອກເຄື່ອງມືທີ່ເໝາະກັບວຽກ, ງົບປະມານ ແລະ ເປົ້າໝາຍຂອງທ່ານ.
ລົມກັບພວກເຮົາ →ປ່ຽນແນວຄິດເປັນເວັບໄຊ, ແອັບ ຫຼື ລະບົບທີ່ຊ່ວຍໃຫ້ເຮັດວຽກສະດວກຂຶ້ນ. ໃຫ້ຄວາມສຳຄັນກັບການໃຊ້ງານ, ການທົດສອບ ແລະ ການພັດທະນາຕໍ່ເນື່ອງ.
ເບິ່ງຜົນງານ →03 / ແນວຄິດຂອງພວກເຮົາ
ພວກເຮົາເຊື່ອວ່າ ການຮຽນຮູ້ຈະມີຄຸນຄ່າຫຼາຍຂຶ້ນ ເມື່ອນຳໄປໃຊ້ແກ້ບັນຫາໄດ້. ການປຶກສາຊ່ວຍໃຫ້ເຫັນທິດທາງ ແລະ ການພັດທະນາຊ່ວຍໃຫ້ທິດທາງນັ້ນເປັນຮູບປະທຳ.
ນີ້ແມ່ນເຫດຜົນທີ່ UniTech ນຳທັງສາມດ້ານມາໄວ້ຢູ່ບ່ອນດຽວ: ໃຫ້ທ່ານມີບ່ອນຖາມ, ບ່ອນຮຽນຮູ້ ແລະ ບ່ອນຮ່ວມສ້າງສິ່ງໃໝ່.
04 / ຮູ້ຈັກ MASCOT ຂອງພວກເຮົາ
ນ້ອງ Uni ແມ່ນ Mascot ທີ່ອອກແບບຈາກນົກອິນຊີໃນໂລໂກ້ Unitech ໃຫ້ເປັນຕົວລະຄອນ 3D ທີ່ທັນສະໄໝ ແລະ ເຂົ້າເຖິງງ່າຍ. ດ້ວຍສີຂຽວ–ຂາວ, ແທັບເລັດໃນມື ແລະ ຮອຍຍິ້ມທີ່ເປັນມິດ, ນ້ອງ Uni ສື່ເຖິງເທັກໂນໂລຊີ, ຄວາມໝັ້ນໃຈ ແລະ ຄວາມພ້ອມໃຫ້ບໍລິການ.
ເລີ່ມຕົ້ນຢູ່ນີ້
ບໍ່ວ່າຈະຢາກຮຽນຮູ້, ຂໍຄຳປຶກສາ ຫຼື ພັດທະນາໂປຣເຈັກ — ເລີ່ມຈາກການລົມກັນ.
ຕິດຕໍ່ພວກເຮົາ