ປັບປຸງລ່າສຸດ: 06/07/2026 — ກະລຸນາອ່ານເງື່ອນໄຂການໃຫ້ບໍລິການຢ່າງລະອຽດ ກ່ອນນຳໃຊ້ ຫຼື ວ່າຈ້າງບໍລິການຂອງ Unitechlao.
ໂດຍການເຂົ້າໃຊ້ ຫຼື ວ່າຈ້າງບໍລິການຂອງ Unitechlao ຖືວ່າທ່ານໄດ້ອ່ານ ແລະ ຍອມຮັບເງື່ອນໄຂການໃຫ້ບໍລິການດັ່ງກ່າວນີ້ທັງໝົດ.
Unitechlao ໃຫ້ບໍລິການພັດທະນາ Web Application, Mobile App, E-Commerce ແລະ System Testing ຕາມຂອບເຂດງານ (Scope) ທີ່ຕົກລົງກັນລະຫວ່າງສອງຝ່າຍໃນສັນຍາ ຫຼື ໃບສະເໜີລາຄາ.
ລູກຄ້າຕົກລົງຊຳລະຄ່າບໍລິການຕາມເງື່ອນໄຂ ແລະ ງວດທີ່ລະບຸໄວ້ໃນສັນຍາ. ການບໍ່ຊຳລະເງິນຕາມກຳນົດອາດເຮັດໃຫ້ການສົ່ງມອບ ຫຼື ການໃຫ້ບໍລິການລ່າຊ້າ ຫຼື ຢຸດຊະງັກ.
Source Code ແລະ ຜົນງານທີ່ພັດທະນາຂຶ້ນ ແມ່ນເປັນຂອງ unitechlao ເວັ້ນເສຍແຕ່ຈະລະບຸໄວ້ເປັນຢ່າງອື່ນ ຕາມຕົກລົງກັນໃນສັນຍາ.
ພວກເຮົາໃຫ້ບໍລິການສະໜັບສະໜູນ ແລະ ແກ້ໄຂຂໍ້ຜິດພາດ (Bug) ພາຍໃນໄລຍະເວລາຮັບປະກັນທີ່ຕົກລົງກັນ. ການປັບປຸງຄຸນສົມບັດເພີ່ມເຕີມນອກຂອບເຂດ ອາດມີຄ່າໃຊ້ຈ່າຍເພີ່ມ.
Unitechlao ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທາງອ້ອມ, ຄວາມສູນເສຍລາຍໄດ້ ຫຼື ຂໍ້ມູນ ທີ່ເກີດຈາກການນຳໃຊ້ລະບົບຜິດວິທີ ຫຼື ເຫດການທີ່ຢູ່ນອກເໜືອການຄວບຄຸມ.
ຝ່າຍໃດຝ່າຍໜຶ່ງສາມາດຍົກເລີກສັນຍາໄດ້ ຕາມເງື່ອນໄຂ ແລະ ໄລຍະເວລາແຈ້ງລ່ວງໜ້າທີ່ໄດ້ຕົກລົງກັນໄວ້ໃນສັນຍາສະບັບຫຼັກ.
ພວກເຮົາອາດປັບປຸງເງື່ອນໄຂການໃຫ້ບໍລິການນີ້ເປັນບາງໂອກາດ ການປ່ຽນແປງໃດໆ ຈະຖືກປະກາດຢູ່ໜ້ານີ້ ພ້ອມວັນທີປັບປຸງລ່າສຸດ.
ຫາກທ່ານມີຄຳຖາມກ່ຽວກັບເງື່ອນໄຂການໃຫ້ບໍລິການນີ້ ສາມາດຕິດຕໍ່ພວກເຮົາໄດ້ທີ່ unitechlao.info@gmail.com ຫຼື ໂທ +856 20 9229 5522.